ພາວະຜູ້ນໍາຂອງຜູ້ບໍລິຫານຍິງໃນມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລສຸພານຸວົງ

ພາວະຜູ້ນໍາຂອງຜູ້ບໍລິຫານຍິງໃນມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລສຸພານຸວົງ

Authors

  • ແຕັກຄໍາ ອິນທະວົງ
  • ສິດທິໄຊ ໄຊຍະວົງ
  • ມະນີຍົມ ດອກດວງນາລີ
  • ສຸກສາຄອນ ແສງສຸລິຍາ
  • ສຸກ ແສງສຸລິຍາ
  • ແສງເພັດ ພູວົງ

Keywords:

ຜູ້ບໍລິຫານຍິງ, ພາວະຜູ້ນໍາ, ການຍອມຮັບ, ລະດັບມະຫາວິທະຍາໄລ, Female Administrators, Leadership, Acceptance', University Level

Abstract

ໃນການຄົ້ນຄວ້າຄັ້ງນີ້, ຈຸດປະສົງຫຼັກ ແມ່ນເພື່ອ: 1) ສໍາຫຼວດລະດັບການຍອມຮັບພາວະຜູ້ນໍາຂອງຜູ້ບໍລິຫານຍິງ ໃນມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລສຸພານຸວົງ; 2) ກໍານົດປັດໄຈທີ່ມີອິດທິພົນຕໍ່ການຍອມຮັບພາວະຜູ້ນໍາຂອງຜູ້ບໍລິຫານຍິງ ໃນສອງມະຫາວິທະຍາໄລດັ່ງກ່າວ. ກຸ່ມຕົວຢ່າງຂອງການຄົ້ນຄວ້າວິໄຈແມ່ນ ພະນັກງານ ແລະ ຄູ-ອາຈານ ສັງກັດຄະນະວິຊາຕ່າງໆ ຈໍານວນ 203 ທ່ານ, ຈາກການສຸ່ມຫຼາຍຂັ້ນຕອນ (Multi-stage sampling technique). ການຄົ້ນຄວ້າວິໄຈຄັ້ງນີ້ ນໍາໃຊ້ວິທີການຄົ້ນຄວ້າແບບປະລິມານ, ເຊີ່ງມີເຄື່ອງມືໃນການເກັບຂໍ້ມູນ ແມ່ນແບບສອບຖາມ ແບບໃຫ້ປະເມີນຄ່າ 5 ລະດັບ, ແລະ ຂໍ້ມູນທີ່ເກັບກໍາໄດ້ ແມ່ນໄດ້ນໍາມາວິເຄາະຫາສ່ວນຮ້ອຍ, ຄວາມຖີ່, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ແລະ ຄ່າ t ດ້ວຍສະຖິຕິ Independence t-test. ຜົນການຄົ້ນຄວ້າ ສະແດງໃຫ້ເຫັນວ່າ ກຸ່ມຕົວຢ່າງສະແດງລະດັບການຍອມຮັບພາວະຜູ້ນໍາຂອງຜູ້ບໍລິຫານຍິງ ໂດຍລວມແມ່ນຢູ່ໃນລະດັບຫຼາຍ. ຜູ້ຕອບແບບສອບຖາມສະແດງຄວາມຄິດເຫັນວ່າຜູ້ນໍາທີ່ເປັນເພດຍິງມີລະດັບຄວາມເຊື່ອໝັ້ນຕົນເອງສູງ, ເຂົາເຈົ້າມີການທຸ້ມເທເວລາໃນການປະຕິບັດວຽກງານໄດ້ດີ ເປັນຕົ້ນ. ສ່ວນປັດໄຈທີ່ມີອິດທິພົນຕໍ່ການຍອມຮັບພາວະຜູ້ນໍາຂອງຜູ້ບໍລິຫານຍິງ, ຜົນການວິເຄາະລະບຸວ່າ ຄວາມຮູ້-ຄວາມສາມາດ, ຄວາມເຊື່ອໝັ້ນຕົນເອງ, ບຸກຄະລິກກະພາບ, ຄວາມຄິດສ້າງສັນ, ແລະ ການມີມະນຸດສໍາພັນ ຄືບັນດາປັດໄຈທີ່ມີອິດທິພົນ ຫຼື ສົ່ງຜົນຕໍ່ການຍອມຮັບພາວະຜູ້ນໍາຂອງຜູ້ບໍລິຫານຍິງ. ເພື່ອເປັນການພັດທະນາ ແລະ ສ້າງບົດບາດໃຫ້ກັບຜູ້ບໍລິຫານຍິງ, ສະຖາບັນກ່ຽວຂ້ອງ ຄວນຊຸກຍູ້ສົ່ງເສີມໂອກາດໃນການຮຽນຮູ້ເພື່ອພີ່ມພູນທັກສະວິຊາສະເພາະຂອງເຂົາເຈົ້າ, ພິຈາລະນາການມອບໝາຍວຽກງານທີ່ສໍາຄັນ, ລວມເຖິງການໃຫ້ບົດບາດໃນການວາງແຜນ ແລະ ການຕັດສິນໃຈດ້ວຍຕົນເອງໃນການປະຕິບັດວຽກງານ ເພື່ອໃຫ້ເຂົາເຈົ້າໄດ້ຝຶກຝົນຈາກປະສົບການຕົວຈິງ.

This study aimed at 1) examining the level of accepting for the leadership of female administrators in Savannakhet University and Souphanouvong University; 2) exploring the factors influencing the acceptance for the leadership of female administrators in both universities. The sample group involved 203 administrators and faculty members from the sampled universities, through using a multi-stage sampling technique. The present study employed a quantitative research approach, collecting the data with a 5-rating scale questionnaire. The statistical package employed in the study included frequency, percentage, mean, standard deviation, and Independence t-test.

The results revealed that the sample group rated their acceptance for female administrators’ leadership generally at a High level. The participants expressed their opinions that female administrators own high self-efficacy, and deep commitment to job performance, for instance. The results also pointed out that the factors that have influence on the acceptance for female administrators’ leadership include knowledge, self-efficacy, personality, creativity, and human relationship. To strengthen the roles of female administrators, the concerned institutions should promote or facilitate opportunities of professional development for them; the assignment of important tasks for them should be considered, including the opportunities for planning and decision-making on works for themselves as this stage could fulfill their abilities with experiential learning.

 

Published

2024-03-21

How to Cite

ອິນທະວົງ ຕ., ໄຊຍະວົງ ສ., ດອກດວງນາລີ ມ., ແສງສຸລິຍາ ສ., ແສງສຸລິຍາ ສ., & ພູວົງ ແ. (2024). ພາວະຜູ້ນໍາຂອງຜູ້ບໍລິຫານຍິງໃນມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລສຸພານຸວົງ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/103

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...