Impact of COVID-19 response on the Lao timber sector

Impact of COVID-19 response on the Lao timber sector

Authors

  • PHENGSOPHA.K
  • VANISAVETH.P
  • VENN.T
  • BARAL.H

Keywords:

COVID-19, Timber trade, forest sector model, Laos

Abstract

ການລະບາດຂອງເຊື້ອພະຍາດຈຸລາໂລກ ໂຄວິດ 19 ໄດ້ສົ່ງຜົນກະທົບຕໍ່ຂະແໜງການປ່າໄມ້ ທົ່ວໂລກ ໂດຍລວມ ແລະ ໂດຍສະເພາະຢູ່ໃນ ສປປ ລາວ. ພວກເຮົາໄດ້ປະເມີນຜົນກະທົບທີ່ອາດເກີດຂຶ້ນ ພາຍຫຼັງມີມາດຕະການຕໍ່ການຕ້ານ ແລະ ສະກັດກັ້ນ ການລະບາດ ຂອງ ໂຄວິດ 19 ນັບແຕ່ ປີ 2020​ ເປັນຕົ້ນມາ. ພວກເຮົາ ນໍາໃຊ້ Global Forest Product Model ເພື່ອ ວິເຄາະຕະຫຼາດໄມ້ ລະຫວ່າງ ປີ 2017-2025 ໂດຍມີການສົມທຽບລະຫວ່າງ ມີ ແລະ ບໍ່ມີມາດຕະການດັ່ງກ່າວ. ຜົນການຂອງວິເຄາະພົບວ່າ ການນຳໃຊ້ມາດຕະການ ຈະສົ່ງຜົນກະທົບຂອງລາຄາຂອງໄມ້, ການສົ່ງອອກ, ການຜະລິດ ແລະ ການນຳໃຊ້ ແລະ ຄວາມເປັນຢູ່ທາງເສດຖະກິດ ໂດຍລວມໃນຂະແໜງການປ່າໄມ້ ຂອງ ລາວ.  ຍົກເວັ່້ນ ໄມ້ອັດ, ລາຄາຂອງຜະລິດຕະພັນໄມ້ອື່ນໆ ຈະຖືກລົງ. ຜົນຂອງການວິເຄາະຍັງພົບວ່າ ໃນຄະນະທີ່ ການສົ່ງອອກໄມ້ເລື່ອຍຈະເພີ່ມຂຶ້ນ, ການສົ່ງອອກຜະລິດຕະພັນໄມ້ອື່ນໆ ຈະຫຼຸດລົງ. ອີກຢ່າງໜຶ່ງ, ຜົນຂອງການວິເຄາະໄດ້ຄາດການໄວ້ວ່າ ທັງການຜະລິດ ແລະ ການນຳໃຊ້ ໄມ້ຂອງລາວ ຈະຫຼຸດລົງເລັກນ້ອຍ. ໃນແງ່ຂອງຄວາມເປັນຢູ່ທາງເສດຖະກິດໂດຍລວມ ຂອງຂະແໜງການປ່າໄມ້, ຜູ້ຊົມໃຊ້ໄມ້ໃນລາວຈະໄດ້ປະໂຫຍດທາງເສດຖະກິດເພີ່ມຂຶ້ນ ປະມານ 4%. ເຖິງຢ່າງໃດກໍ່ຕາມ, ການນໍາໃຊ້ມາດຕະການ ອາດຈະອັບປະໂຫຍດທາງເສດຖະກິດຈຳນວນໜຶ່ງ ໃຫ້ແກ່ຜູ້ຜະລິດ ເຊິ່ງຜົນຂອງການວິເຄາະຊີ້ໃຫ້ເຫັນການຫຼຸດລົງທາງຜົນປະໂຫຍດທາງເສດຖະກິດ ປະມານ 3%. ຜົນຂອງການສຶກສາໄດ້ແນາະນຳວ່າ ເພື່ອຮັບປະກັນການຢູ່ລອດຂອງຜູ້ຜະລິດ, ເຂົາເຈົ້າຈະຕ້ອງໄດ້ ມີການປັບເຂົ້າໃນສະພາບແວດລ້ອມໃໝ່ ໂດຍການເລັງໃສ່ການຜະລິດ ຜະລິດຕະພັນໄມ້ ສຳລັບການຊົມໃຊ້ພາຍໃນ.

 

Published

2024-05-21

How to Cite

PHENGSOPHA, K., VANISAVETH, P., VENN, T., & BARAL, H. (2024). Impact of COVID-19 response on the Lao timber sector. Scientific Journal of National University of Laos, 22. Retrieved from https://lajd.org/index.php/sjnuol/article/view/151

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 5 6 7 8 9 > >> 

You may also start an advanced similarity search for this article.

Loading...