ທັດສະນະຄະຕິຂອງນັກສຶກສາພາສາຣັດເຊຍຕໍ່ກັບການຮຽນ-ການສອນ ແລະ ຫຼັກສູດໃນພະແນກວີຊາພາສາຣັດເຊຍ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ

ທັດສະນະຄະຕິຂອງນັກສຶກສາພາສາຣັດເຊຍຕໍ່ກັບການຮຽນ-ການສອນ ແລະ ຫຼັກສູດໃນພະແນກວີຊາພາສາຣັດເຊຍ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ

Authors

  • ສຸວັນທອນ ບຸນລີວົງ
  • ຄໍາບານ
  • ວັນຄໍາ ພົມມະກອນ

Keywords:

ທັດສະນະຄະຕິ, ການຮຽນ-ການສອນ, ຫຼັກສູດ ແລະ ພາສາຣັດເຊຍ, attitudes, teaching and learning, course curriculum and Russian

Abstract

ຈຸດປະສົງຂອງການວິໄຈຄັ້ງນີ້ ແມ່ນເພື່ອສຶກສາທັດສະນະຄະຕິຂອງນັກສຶກສາພາສາຣັດເຊຍຕໍ່ກັບການຮຽນ-ການສອນ ແລະ ຫຼັກສູດໃນພະແນກວິຊາພາສາຣັດເຊຍ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ. ກຸ່ມຕົວຢ່າງແມ່ນນັກສຶກສາພະແນກວິຊາພາສາຣັດເຊຍ ຈຳນວວນ 63 ຄົນ ທີ່ກຳລັງສຶກສາຢູ່ ມຊ ປີ 1 - ປີ 4 ສົກສຶກສາ 2019-2020.

          ເຄື່ອງມືການວິໄຈໃນຄັ້ງນີ້ເປັນແບບສອບຖາມ. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນໄດ້ແກ່ຄ່າສະເລ່ຍ, ຄ່າສ່ວນຮ້ອຍ. ຜົນຂອງການວິໄຈໄດ້ພົບວ່າ: ທັດສະນະຄະຕິຂອງນັກສຶກສາຕໍ່ກັບການຮຽນແມ່ນຢູ່ໃນລະດັບດີ, ຄ່າສະເລ່ຍແມ່ນ (X= 3.98 ), ເຊິ່ງໝາຍເຖິງນັກສຶກສາໄດ້ເອົາໃຈໃສ່ຕໍ່ກັບການຣຽນ, ທັດສະນະຄະຕິຂອງນັກສຶກສາຕໍ່ກັບຄູອາຈານແມ່ນຢູ່ໃນລະດັບດີຄືກັນ, ຄ່າສະເລ່ຍແມ່ນ (X= 3.53 ), ເຊິ່ງໝາຍເຖິງການສິດສອນຂອງຄູອາຈານຢູ່ໃນລະດັບດີ ແລະ ທັດສະນະຄະຕິຂອງນັກສຶກສາຕໍ່ກັບຫຼັກສູດຂອງພະແນກພາສາຣັດເຊຍແມ່ນຢູ່ໃນລະດັບທີ່ເໝາະສົມ, ຄ່າສະເລ່ຍແມ່ນ (X = 4.01 ).

          ໂດຍອີງໃສ່ຜົນຄົ້ນຄວ້າເພື່ອເຮັດໃຫ້ການຮຽນ-ການສອນພາສາຣັດເຊຍໃນພະແນກພາສາຣັດເຊຍຂອງຄະນະອັກສອນສາດ ( ຄອສ ) ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່ານັ້ນ ທາງພະແນກຄວນເອົາໃຈໃສ່ທັກສະການເວົ້າໃຫ່ນັກຮຽນໄດ້ເຝິກເວົ້າໃນຫ້ອງໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ມັນມີຄວາມຈຳເປັນໃນການປະກອບອາຊີບ. ນອກນັ້ນທາງພະແນກວິຊາກໍຈະຕ້ອງໄດ້ໃຊ້ຕຳລາ ແລະ ສື່ການສອນໃໝ່ໃຫ້ສອດຄ່ອງກັບສະພາບຄວາມຕ້ອງການຂອງສັງຄົມໃນປັດຈຸບັນ.

The purpose of this study was to investigate the students’ attitudes towards teaching and learning Russian, and the course curriculum at the Division of Russian, Faculty of Letters, National University of Laos. The sample group of the study was 63 year 1-4 students majoring in Russian at Faculty of Letters, National University of Laos. The research instrument was questionnaire form. The data collected were analyzed for the percentage and the average value. The results of the research were found that:  the mean score of the students’ attitudes towards their learning was of a good level (X =2.98), the mean score of the students’ attitudes towards teaching was of a very good level (X =3.53) and The students’ attitudes towards curriculum was of a suitable level; the mean score was 4.01 (X =4.01).

The research results suggest that the Division of Russian, Faculty of Letters, National University of Laos needs to improve the speaking skills of the students. There should be more speaking activities in the class. In addition, the Division of Russian should improve their teaching material and new teaching aids to meet the needs of society.

 

Published

2024-03-15

How to Cite

ບຸນລີວົງ ສ., ປະສານໃຈ ຄ., & ພົມມະກອນ ວ. (2024). ທັດສະນະຄະຕິຂອງນັກສຶກສາພາສາຣັດເຊຍຕໍ່ກັບການຮຽນ-ການສອນ ແລະ ຫຼັກສູດໃນພະແນກວີຊາພາສາຣັດເຊຍ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດລາວ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/52

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...