ສຶກສາທີ່ມາຂອງຂີ້ເຫຼັກໃນນໍ້າສ້າງ, ກໍລະນີສຶກສາ: ບ້ານໂນນແກ້ວ ແລະ ໂນນຂີ້ເຫຼັກ ນະຄອນຫຼວງວຽງຈັນ, ສປປ ລາວ

ສຶກສາທີ່ມາຂອງຂີ້ເຫຼັກໃນນໍ້າສ້າງ, ກໍລະນີສຶກສາ: ບ້ານໂນນແກ້ວ ແລະ ໂນນຂີ້ເຫຼັກ ນະຄອນຫຼວງວຽງຈັນ, ສປປ ລາວ

Authors

  • ແກ້ວພູສອນ ພົນຫາລາດ
  • ຍິນໄຊ ວິສານ
  • ບັນທະສິດ ວົງພູທອນ

Keywords:

ນໍ້າໃຕ້ດິນ, ການໄຫຼ, ບັນຫາການໃຊ້ນໍ້າສ້າງ ແລະ ຂີ້ເຫຼັກໃນນໍ້າສ້າງ, Groundwater, flowing, problem of groundwater usage, Iron in dug water

Abstract

ບົດຄົ້ນຄວ້າສະບັບນີ້ໄດ້ວິເຄາະທິດທາງການໄຫຼຂອງນໍ້າໃຕ້ດິນ, ກວດສອບດິນທໍລະນີຊັ້ນເທິງ ເພື່ອຊອກຫາແຫຼ່ງທີ່ມາຂອງນໍ້າສີແດງ (ນໍ້າຂີ້ເຫຼັກ)  ໃນເຂດສຶກສາ ບ້ານ ໂນນແກ້ວ, ບ້ານໂນນຂີ້ເຫຼັກ ເມືອງ​ສີ​ໂຄດ​ຕະບອງ ນະຄອນ​ຫຼວງວຽງຈັນ. ສ່ວນການວິເຄາະທິດທາງການໄຫຼຂອງນໍ້າໃຕ້ດິນ, ກວດສອບດິນ ທໍລະນີຊັ້ນເທິງ ຜູ້ຂຽນໄດ້ນໍາປຶ້ມຕໍາລາຫຼາຍຫົວ ຈາກປະ​ເທດລາວ, ຕ່າງປະເທດ (ໄທ) ​ແລະ ​​ໂປຼ​ແກຼມ Arc GIS 9.3, ​​ໂປຼ​ແກຼມ Surfer 8, Microsoft Excel, ແຜນທີ່ຈາກກົມແຜນທີ່ນະຄອນຫຼວງວຽງຈັນ, ຂໍ້ມູນສະພາບແວດລ້ອມ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ນະຄອນຫຼວງວຽງຈັນ ​ເຂົ້າ​ໃນ​ການ​ປະກອບ​ບົດໂຄງການ ​ແລະ ການວິເຄາະທິດທາງ ການໄຫຼຂອງນໍ້າໃຕ້ດິນ, ກວດສອບດິນທໍລະນີຊັ້ນເທິງ.

ວິທີການດໍາເນີນງານ ແລະ ລັກສະນະການເກັບຂໍ້ມູນແມ່ນຂ້າພະເຈົ້າໄດ້ເກັບຂໍ້ມູນຈໍາເປັນສໍາລັບການ ວິເຄາະທິດທາງການໄຫຼຂອງນໍ້າໃຕ້ດິນ, ການກວດສອບດິນທໍລະນີຊັ້ນເທິງ ເພື່ອຊອກຫາແຫຼ່ງທີ່ມາຂອງນໍ້າສີ ແດງ (ນໍ້າຂີ້ເຫຼັກ) ຂໍ້ມູນທີ່ເກັບຄື: ຂໍ້ມູນສອບຖາມຈາກປະຊາຊົນ, ວັດແທກຄ່າລະດັບນໍ້າໃຕ້ດິນ, ເກັບຕົວຢ່າງ ດິນຊັ້ນເທິງ, ຫຼັງຈາກນັ້ນຂ້າພະເຈົ້າຈະນໍາເອົາຂໍ້ທີ່ເກັບໃນສະໜາມມາວິເຄາະເຊັ່ນ: ບັນຫາການໃຊ້ນໍ້າສ້າງ, ທິດທາງການໄຫຼຂອງນໍ້າໃຕ້ດິນ ແລະ ດິນທໍລະນິຊັ້ນເທິງ ແລ້ວສະຫຼຸບແຫຼ່ງທີ່ມາຂອງນໍ້າສີແດງ (ນໍ້າຂີ້ເຫຼັກ).

ຜ່ານການສຶກສາ ແລະ ວິເຄາະຕົວຈິງສາມາດສະຫຼຸບໄດ້ແຫຼ່ງທີ່ມາຂອງນໍ້າສີແດງ (ນໍ້າຂີ້ເຫຼັກ), ລະດັບ ເລິກສຸດ ແລະ ຕື້ນສຸດຂອງໜ້າດິນຫາໜ້ານໍ້າ (Depth of water table Maximum and Depth of water table Minimum) ແລະ ການເພີ່ມຂຶ້ນຫຼຸບລົງຂອງນໍ້າໃຕ້ດິນ ສະນັ້ນບົດໂຄງການຈົບຊັ້ນນີ້ສາມາດໃຊ້ເປັນຂໍ້ ມູນອ້າງອີງໃນການວາງແຜນພັດທະນາຈັດຫານໍ້າໃຕ້ດິນຂຶ້ນມາໃຊ້ໃນເຂດນີ້ ໃນໄລຍະຕໍ່ໄປ ເພື່ອອະນາຄົດຄົນ ລຸ້ນຕໍ່ໆໄປສາມາດໄດ້ນໍາໃຊ້ນໍ້າສະອາດ.

This research paper analyzes the direction of groundwater flow, examines the topsoil to find the source of red water (iron ore) in the study area of ​​Ban Nonkeo, Ban Nonkhilek, Sikhottabong District, Vientiane Capital. For the analysis of the direction of groundwater flow, topsoil inspection, the author has brought several textbooks from Laos, foreign countries (Thailand) and Arc GIS 9.3, Surfer 8, Microsoft Excel, maps from the Vientiane Capital Mapping Department, environmental data from the Meteorological and Metropolitan Meteorological and Geological Survey.

How to Run and character data is my data needed for analysis flow direction of the groundwater monitoring soil Geology upstairs to find the source of red lead (the gray metal) data is information inquiries from people measure the level groundwater sampling topsoil, then I will bring data collected in the field to analyze such problems wells, flow direction of groundwater and soil suffering brought upstairs conclude source of red lead (the gray metal).

         Through actual study and analysis, it is possible to conclude the source of red water (iron ore), the deepest and shallowest level of the surface water to the water level (Depth of water table Maximum and Depth of water table Minimum) and the increase and decrease of groundwater, so this project can be used as a reference for future water use.

Published

2024-03-15

How to Cite

ພົນຫາລາດ ກ., ວິສານ ຍ., & ວົງພູທອນ ບ. (2024). ສຶກສາທີ່ມາຂອງຂີ້ເຫຼັກໃນນໍ້າສ້າງ, ກໍລະນີສຶກສາ: ບ້ານໂນນແກ້ວ ແລະ ໂນນຂີ້ເຫຼັກ ນະຄອນຫຼວງວຽງຈັນ, ສປປ ລາວ . Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/62

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...