ການປຽບທຽບປະສິດທິພາບໃນການບໍລິຫານ ແລະ ຈັດການຖານຂໍ້ມູນ ດ້ວຍ DML ໃນຮູບແບບທີ່ມີຄວາມສໍາພັນ ແລະ ບໍ່ມີຄວາມສໍາພັນ

ການປຽບທຽບປະສິດທິພາບໃນການບໍລິຫານ ແລະ ຈັດການຖານຂໍ້ມູນ ດ້ວຍ DML ໃນຮູບແບບທີ່ມີຄວາມສໍາພັນ ແລະ ບໍ່ມີຄວາມສໍາພັນ

Authors

  • ມະໂນລົມ ຈັນທະວົງ
  • ບຸນປະເສີດ ອຸປະຖານາ
  • ເມກຈອນ ບຸນທັນ
  • ສົມພອນ ກັນທະວົງ
  • ທາ ບຸນທັນ

Keywords:

MySQL, MongoDB, PHP, VMware, Big Data

Abstract

ໃນປັດຈຸບັນ, ຂໍ້ມູນທີ່ຢູ່ໃນລັກສະນະຂອງດິຈິຕອນ ແມ່ນໄດ້ມີການເພີ່ມຂຶ້ນຢ່າງວ່ອງໄວເປັນຈໍານວນຫຼວງຫຼາຍ ເຊິ່ງອາດສົ່ງຜົນກະທົບຕໍ່ປະສິດທິພາບໃນການປະມວນຜົນ ບໍ່ວ່າຈະເປັນການຄົ້ນຫາ, ການເພີ່ມ, ການແກ້ໄຂ ແລະ ການລຶບຂໍ້ມູນ ເປັນຕົ້ນ.  DML (Data Manipulation Language) ຄື ບັນດາຄໍາສັ່ງທີ່ໃຊ້ໃນການບໍລິຫານຈັດການຂໍ້ມູນເຊັ່ນ: ການຄົ້ນຫາ,​ ການເພີ່ມ, ການແກ້ໄຂ, ແລະ ການລຶບຂໍ້ມູນອອກຈາກຕາຕະລາງຂໍ້ມູນ ທີ່ມີຢູ່ໃນລະບົບຖານຂໍ້ມູນນັ້ນເອງ. ຈຸດປະສົງຂອງບົດຄົ້ນຄວ້ານີ້ເພື່ອການປຽບທຽບ ປະສິດທິພາບການຈັດການບໍລິຫານຖານຂໍ້ມູນແບບມີຄວາມສໍາພັນ (MySQL) ແລະ ຖານຂໍ້ມູນແບບບໍ່ມີຄວາມສໍາພັນ (MongoDB) ໂດຍພິຈາລະນາຕາມຄຸນລັກສະນະໃນການນໍາເຂົ້າຂໍ້ມູນ (Insert), ການອັບເດດ (Update),  ການລຶບ (Delete), ການເລືອກຂໍ້ມູນມາສະແດງຜົນ (Select). ເຊິ່ງໃນການທົດລອງແມ່ນໄດ້ນໍາໃຊ້ພາສາ PHP ເປັນເຄື່ອງມືໃນການທົດສອບຣັນ Scrip  ເພື່ອຄິດໄລ່ບັນທຶກເວລາຂອງຖານຂໍ້ມູນ. ນອກນັ້ນ, ໃນການທົດລອງປຽບທຽບແມ່ນຍັງໄດ້ທໍາການຕິດຕັ້ງຖານຂໍ້ມູນ ເທິງລະບົບປະຕິບັດການ CentOS ໂດຍແບ່ງອອກເປັນ 2 ລະບົບທີ່ແຕກຕ່າງກັນໄດ້ແກ່ ລະບົບປະຕິບັດການທີ 1 ຕິດຕັ້ງຖານຂໍ້ມູນ MySQL, ລະບົບປະຕິບັດການທີ 2 ຕິດຕັ້ງຖານຂໍ້ມູນ MongoDB. ຈາກຜົນການທົດລອງສາມາດສະຫລຸບໄດ້ວ່າ ການຈັດການຂໍ້ມູນໃນຮູບແບບທີ່ມີຄວາມສໍາພັນ (MySQL) ແມ່ນຈະເໝາະສໍາລັບການປະມວນຜົນຂອງຖານຂໍ້ມູນຂະໜາດນ້ອຍຫາຂະໜາດກາງ ສ່ວນການຈັດການຂໍ້ມູນໃນຮູບແບບທີ່ບໍ່ມີຄວາມສໍາພັນ (MongoDB) ແມ່ນຈະເໝາະສົມກັບຖານຂໍ້ມູນທີ່ມີຂະໜາດໃຫຍ່ໃນຮູບແບບຂອງ Big Data ເນື່ອງຈາກວ່າ, ປະສິດທິພາບໃນການນໍາເຂົ້າຂໍ້ມູນ, ການລຶບຂໍ້ມູນ, ການຄົ້ນຫາຂໍ້ມູນ ແລະ ການແກ້ໄຂຂໍ້ມູນແມ່ນຈະມີການປະມວນຜົນທີ່ໄວກວ່າ.

Nowadays, the amount of data in digital form is increasing rapidly, which may affect the processing efficiency of data selection, adding, editing and deleting. DML (Data Manipulation Language) is a set of commands used to manage data from the tables in the database system itself. The purpose of this research, is to compare the performance of relational (MySQL) and non-relational database management (MongoDB) by considering the features of data selection, data update, data delete, and data searching. In the experiment, PHP was used as a tool to test the script to calculate the database time. In addition, in the comparison test, the database was installed on the CentOS operating system, which is divided into two different systems: the first operating system was installed MySQL database, and the second operating system was installed MongoDB database. From the experiment results, can be concluded that data management in relational format (MySQL) is suitable for the processing of small to medium databases, while data management in non-relational format (MongoDB) is compatible with large databases for instance Big Data.

Published

2024-03-21

How to Cite

ຈັນທະວົງ ມ., ອຸປະຖານາ ບ., ບຸນທັນ ມ., ກັນທະວົງ ສ., & ບຸນທັນ ທ. (2024). ການປຽບທຽບປະສິດທິພາບໃນການບໍລິຫານ ແລະ ຈັດການຖານຂໍ້ມູນ ດ້ວຍ DML ໃນຮູບແບບທີ່ມີຄວາມສໍາພັນ ແລະ ບໍ່ມີຄວາມສໍາພັນ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/114

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 1 2 3 4 5 6 7 8 9 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...