ການຄຸ້ມຄອງການຈັດສັນຍົກຍ້າຍປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໂຄງການສ້າງເຂື່ອນໄຟຟ້ານໍ້າງຽບ 1
Keywords:
ການຄຸ້ມຄອງ, ການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ, ການຟື້ນຟູຊີວິດການເປັນຢູ່, ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການ, ໂຄງການເຂື່ອນໄຟຟ້ານໍ້າງຽບ1, Management, Compensation, Resettlement, Livelihood Rehabilitation, Project Affected Persons, Nam Ngiep1 Hydropower ProjectAbstract
ການຄົ້ນຄວ້າວິທະຍາສາດກ່ຽວກັບການຄຸ້ມຄອງການຈັດສັນຍົກຍ້າຍປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການສ້າງເຂື່ອນໄຟຟ້ານໍ້າງຽບ 1 ມີຈຸດປະສົງເພື່ອ 1) ທົບທວນຜົນກະທົບຕໍ່ສັງຄົມ ແລະ ມາດຕະການແກ້ໄຂ, 2) ສຶກສາການທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນ, 3) ສຶກສາຂະບວນການຄຸ້ມຄອງການ ຈັດສັນຍົກຍ້າຍປະຊາຊົນ, 4) ສຶກສາການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ. ການຄົ້ນຄວ້າຄັ້ງນີ້ໄດ້ນໍາໃຊ້ວິທີການສຶກສາທັງແບບປະລິມານ ແລະ ຄຸນນະພາບ ໂດຍການເກັບກຳຂໍ້ມູນກຸ່ມຕົວຢ່າງທັງໝົດ 191 ຄົນ ແລະ ເກັບກຳຂໍ້ມູນຈາກແຫຼ່ງຕ່າງໆ. ສ່ວນການວິເຄາະຂໍ້ມູນທາງດ້ານປະລິມານແມ່ນໄດ້ນຳໃຊ້ໂປແກຼມສຳເລັດຮູບທາງຄອມພີວເຕີ ແລະ ຂໍ້ມູນດ້ານຄຸນນະພາບແມ່ນໄດ້ຈັດກຸ່ມຂໍ້ມູນທີ່ຄ້າຍຄືກັນ ແລະ ຕ່າງກັນ ຕາມເນື້ອໃນຂອງການຄົ້ນຄວ້າ ຊຶ່ງຜົນການຄົ້ນຄວ້າສາມາດຄັດຫຍໍ້ໄດ້ດັ່ງນີ້:
ໂຄງການສ້າງເຂື່ອນໄຟຟ້ານໍ້າງຽບ 1 ມີກຳລັງການຜະລິດ 290 ເມກາວັດ ຊຶ່ງໂຄງການດັ່ງດ່າວໄດ້ສົ່ງຜົນກະທົບຕໍ່ສິ່ງແວດສັງຄົມ ແລະ ສິ່ງແວດລ້ອມທຳມະຊາດ ໂດຍໄດ້ແບ່ງຜົນກະທົບອອກເປັນ 5 ເຂດຄື ເຂດ 1 ເຂດເທິງອ່າງນໍ້າ, ເຂດ 2 ພື້ນທີ່ອ່າງເກັບນໍ້າ, ເຂດ 3 ພື້ນທີ່ກໍ່ສ້າງໂຄງການ, ເຂດ 4 ພື້ນທີ່ລຸ່ມເຂື່ອນ ແລະ ເຂດ 5 ພື້ນທີ່ສ້າງບ້ານໃໝ່ ໃຫ້ຜູ້ຖືກຍ້າຍທີ່ຢູ່ອາໄສ ຊຶ່ງມີປະຊາຊົນປະມານ 3,000 ກວ່າຄົນ ໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມຈາກໂຄງການ; ໃນນັ້ນມີ 5 ບ້ານ ຈາກ 2 ເມືອງ ຄື ເມືອງຮົ່ມ ມີ 5 ບ້ານ ປະກອບມີ ບ້ານນໍ້າຢວກ, ບ້ານສົບຢວກ, ບ້ານ ສົບພວນ ແລະ ບ້ານຫ້ວຍປາມ້ອມ ແລະ ຢູ່ເມືອງບໍລິຄັນ ມີ 1 ບ້ານ ຄື ບ້ານຫາດຊາຍຄໍາ ລວມມີ 517 ຄອບຄົວ ໄດ້ຖືກຈັດສັນຍົກຍ້າຍ.
ການຊົດເຊີຍຄ່າເສຍຫາຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການສ້າງເຂື່ອນໄຟຟ້ານຳງຽບ1 ແມ່ນເລີ່ມຈາກ 1) ການແຕ່ງຕັ້ງຄະນະກຳມະການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ໂດຍການກຳນົດບຸກຄະລາກອນ, 2) ການອອກຂໍ້ຕົກລົງ, ຄຳແນະນຳ ແລະ ນິຕິກຳຕ່າງໆຫຼາຍກວ່າ 13 ສະບັບ ຊຶ່ງນິຕິກຳໄດ້ກຳນົດພາລະບົດບາດ, ສິດໜ້າທີ່, ໜ້າວຽກ, ມາດຕະຖານ, ຫົວໜ່ວຍ, ລາຄາການຊົດເຊີຍ, 3) ການຈັດຕັ້ງປະຕິບັດວຽກງານທົດເຊີຍຄ່າເສຍຫາຍຕົວຈິງ ໂດຍຜ່ານການເກັບຂໍ້ມູນ, ຈັດລາຍການບັນຊີຊັບສິນ, ຢືນຢັນຂໍ້ມູນ, ຕີລາຄາມູນຄ່າ, ຊົດເຊີຍ, ໄກ່ເກ່ຍຂໍ້ຂັດແຍ່ງ, 4) ການຕິດຕາມ-ກວດກາການຊົດເຊີຍຄ່າເສຍຫາຍ. ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການໄດ້ຮັບການຊົດເຊີຍຕໍ່ກັບມູນຄ່າເຮືອນ, ດິນປຸກສ້າງ, ດິນທຳກະສິກຳ, ສິ່ງປຸກສ້າງ, ຊົດເຊີຍຕົ້ນໄມ້ໃຫ້ໝາກ-ໄມ້ອຸດສາຫະກຳ ແລະ ພືດໃຫ້ຜົນໄລຍະຍາວ, ຊົດເຊີຍຜົນກຳໄລຈາກການປິດຮ້ານຊົ່ວຄາວ ແລະ ການຊົດເຊີຍຊັບສິນອື່ນໆ.
ການຈັດສັນຍົກຍ້າຍຜູ້ໄດ້ຮັບຜົນກະທົບຈາກໂຄງການແມ່ນໄດ້ມີການຈັດສັນພື້ນຖານໂຄງລ່າງ, ການຈັດສັນ ດິນ, ການຊ່ວຍມ້າງເຮືອນ ແລະ ການຂົນສົ່ງໄມ້ເຮືອນ ຊຶ່ງການໄດ້ຮັບສິດໃນການຈັດສັນຍົກຍ້າຍແມ່ນແຕກຕ່າງກັນ. ກຸ່ມ 1 ທີ່ຍົກຍ້າຍໄປໃນແຜນແມ່ນໄດ້ຮັບການຈັດສັນພື້ນຖານໂຄງລ່າງ ປະກອບມີ ເຮືອນຕາມຂະໜາດແຕກຕ່າງກັນ, ດິນປຸກສ້າງ, ຮົ້ວອ້ອມເຮືອນ, ໄຟຟ້າ, ນ້ຳໃຊ້; ໄດ້ຮັບການຈັດສັນດິນໃໝ່ ເປັນຕົ້ນ ດິນປຸກສ້າງ, ດິນນາ, ດິນສວນປູກພືດ, ດິນປູກໄມ້ໃຫ້ໝາກ, ດິນປູກໄມ້ຟືນພ້ອມໃບຕາດິນ ແລະ ໄດ້ຮັບສິດເຂົ້າເຖິງໂຄງລ່າງພື້ນຖານຊຸມຊົນຢູ່ບ້ານຈັດສັນໃໝ່. ສ່ວນກຸ່ມ 2 ທີ່ຍົກຍ້າຍໄປນອກແຜນແມ່ນບໍ່ໄດ້ຮັບສິດໃນການຈັດສັນດັ່ງກ່າວ.
ຜູ້ທີ່ຖືກຍົກຍ້າຍຈາກໂຄງການແມ່ນໄດ້ຮັບສິດໃນການຟື້ນຟູຊີວິດການເປັນຢູ່, ຮັບເຄື່ອງບໍລິໂພກ, ໄດ້ຮັບເຂົ້າສານຈ້າວ, ການຊ່ວຍເຫຼືອໄລຍະຂ້າມຜ່ານ, ການຝຶກອົບຮົມ, ການສ້າງຄວາມສາມາດ, ທຶນການສຶກສຶກສາ ແລະ ອື່ນໆ; ແຕ່ໄລຍະເວລາໃນການຟື້ນຟູ, ຈຳນວນ ແລະ ມູນຄ່າແມ່ນຫຼຸດໂຕນກັນ. ກຸ່ມ1 ທີ່ຍົກຍ້າຍໄປໃນແຜນແມ່ນໄດ້ຮັບການຟື້ນຟູອາຊີບ ແລະ ລາຍຮັບໃຫ້ໄດ້ 200 % ພາຍໃນ 10 ປີ ຫຼັງຈາກການຍົກຍ້າຍເຂົ້າບ້ານພູໂຮມໄຊ ໂດຍລາຍຮັບແມ່ນໄດ້ຈາກການສົ່ງເສີມການຟື້ນຟູອາຊີບ ເປັນຕົ້ນ ການປູກ, ການລ້ຽງສັດ-ການປະມົງ, ຫັດຖະກຳ, ການເງິນ-ການຕະ ຫຼາດ, ການຝຶກອົບຮົມວິຊາຊີບຕ່າງໆ; ໄດ້ຮັບເຂົ້າສານຈ້າວ 5 ປີ, ໄດ້ຮັບການຊ່ວຍເຫຼືອໃນໄລຍະຂ້າມຜ່ານ 3 ເດືອນ ຊຶ່ງປະກອບມີອາຫານ, ຄ່າໄຟຟ້າ, ຄ່ານ້ຳ ແລະ ຄ່າເກັບມ້ຽນຂີ້ເຫຍື້ອ ແລະ ສຳລັບຄອບຄົວຜູ້ດ້ອຍໂອກາດແມ່ນຊ່ວຍເຫຼືອ 1 ປີ ແລະ ສຳລັບຄອບຄົວຜູ້ດ້ອຍໂອກາດແມ່ນຊ່ວຍເຫຼືອ 1 ປີ ເຊັ່ນດຽວກັນ ໂດຍທາງໂຄງການໄດ້ຄິດໄລ່ເປັນເງິນ ແລະ ໄດ້ໂອນເງິນຄ່າຕ່າງໆນັ້ນເຂົ້າເລກບັນຊີຂອງຄອບຄົວຜູ້ທີ່ຖືກຍົກຍ້າຍ.
This research entitled ‘Resettlement Management of Project Affected Persons Caused by Nam Ngiep1 Hydropower Project’, which aimed to review the social impacts and mitigation measures, to study the compensation mode for project affected persons, to study resettlement management processes, and to study the livelihood rehabilitation among PAPs caused by Nam Ngiep1 Hydropower Project. This research used both quantitative and qualitative studies by collecting primary data from 191 respondents and different secondary data. Data were analyzed through quantitative and qualitative explanation. The results of this research found that:
Nam Ngiep1 Hydropower Project (NNP1) has installed capacity of 290 MW. The project had environmental and social impacts. Those impacts were divided into 5 areas namely upstream area, reservoir area, construction area, downstream area and resettlement area. More than 3,000 people had direct and indirect impacts. About 517 families and 5 villages (Nam Youak, Sop Phouane, Sop Youak and Houy Pa Mom villages in Hom district and Hat Xaykham village in Bolikan district) were resettled. To minimize those impacts, the project developers collected the lost properties, compensated, resettled, rehabilitated and provided capacity building activities among project affected persons in different approaches.
The compensation processes were started by 1) establishing the Resettlement and Livelihood Rehabilitation Committee, 2) making policy and technical guidelines for identifying the role, duty, standard, unit and compensation rate, 3) implementing the compensation work through collected data, listed the loss of properties, certified, evaluated, compensated and resolved the compensation issues and 4) monitoring and inspection the compensation work. The project affected persons (PAPs) were compensated for the loss of houses, construction land, agricultural land, properties, trees, crops, loss of income and others.
The PAPs received the resettlement right to use public facilities, construction land, removed and transferred the old properties to the new place. Two group of resettlers received different right. The within resettlement plan (group1) who resettled to new resettlement village, they received new houses, construction land, agricultural land, water supply, electricity and they have a right to use new public facilities while without resettlement plan (group2) who resettled by themselves to other host communities did not received new properties.
Generally, the PAPs were rehabilitated the livelihood through providing the assistance, rice and food during transitional period, capacity building and providing educational fund. The project developers rehabilitated new livelihood and income making for group1 by promoting both on-farm and off-farm activities up to 200% within 10 years after they entered to Phouhomxay village. While the group 2 has to find new job, agricultural land and rehabilitate new livelihood by themselves.