ການຄຸ້ມຄອງການຈັດສັນຍົກຍ້າຍປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໂຄງການສ້າງເຂື່ອນໄຟຟ້ານໍ້າງຽບ 1

ການຄຸ້ມຄອງການຈັດສັນຍົກຍ້າຍປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໂຄງການສ້າງເຂື່ອນໄຟຟ້ານໍ້າງຽບ 1

Authors

  • ສາຍໃຈ ສີລາເດດ
  • ສົມຄິດ ບູລິດໍາ
  • ບຸນມາກ ອິນທິພອນ
  • ຄໍາເມີງ ມວນມະນີ
  • ຂົນທອງ ພາບຸດດີ
  • ສອນນະສັກ ໄພປະສິດ
  • ຄໍາຕຸ ກັນຍາວົງ

Keywords:

ການຄຸ້ມຄອງ, ການທົດແທນຄ່າເສຍຫາຍ, ການຈັດສັນຍົກຍ້າຍ, ການຟື້ນຟູຊີວິດການເປັນຢູ່, ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການ, ໂຄງການເຂື່ອນໄຟຟ້ານໍ້າງຽບ1, Management, Compensation, Resettlement, Livelihood Rehabilitation, Project Affected Persons, Nam Ngiep1 Hydropower Project

Abstract

ການຄົ້ນຄວ້າວິ​ທະ​ຍາ​ສາດ​ກ່ຽວ​ກັບການຄຸ້ມ​ຄອງການຈັດສັນຍົກຍ້າຍປະຊາຊົນຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກໂຄງການສ້າງເຂື່ອນໄຟຟ້ານໍ້າງຽບ 1 ມີຈຸດປະສົງເພື່ອ 1) ທົບທວນຜົນກະທົບຕໍ່ສັງຄົມ ແລະ ມາດຕະການແກ້ໄຂ, 2) ສຶກສາການທົດແທນຄ່າເສຍຫາຍໃຫ້​ແກ່ປະຊາຊົນ, 3) ສຶກສາຂະບວນການຄຸ້ມຄອງການ ຈັດສັນຍົກຍ້າຍປະຊາຊົນ, 4) ສຶກສາການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ. ການຄົ້ນ​ຄວ້າຄັ້ງນີ້​ໄດ້ນໍາໃຊ້ວິທີການສຶກສາທັງແບບປະລິມານ ແລະ ຄຸນນະພາບ ໂດຍ​ການ​​ເກັບ​ກຳ​ຂໍ້​ມູນກຸ່ມຕົວຢ່າງ​ທັງ​ໝົດ 191 ຄົນ ແລະ ເກັບ​ກຳຂໍ້​ມູນຈາກ​ແຫຼ່ງ​ຕ່າງໆ. ສ່ວນ​ການ​ວິ​ເຄາະ​ຂໍ້​ມູນ​ທາງ​ດ້ານ​ປະ​ລິ​ມານ​ແມ່ນໄດ້​ນຳ​ໃຊ້​ໂປ​ແກຼມ​ສຳ​ເລັດ​ຮູບ​​ທາງ​ຄອມ​ພີວ​ເຕີ ແລະ ​ຂໍ້​ມູນ​ດ້ານ​ຄຸນ​ນະ​ພາບແມ່ນ​ໄດ້​ຈັດກຸ່ມ​​ຂໍ້​ມູນ​ທີ່​ຄ້າຍ​ຄື​ກັນ ແລະ ຕ່າງ​ກັນ ຕາມ​ເນື້ອ​ໃນ​ຂອງ​ການ​ຄົ້ນ​ຄວ້າ ຊຶ່ງ​ຜົນ​ການ​ຄົ້ນ​ຄວ້າ​ສາ​ມາດ​ຄັດ​ຫຍໍ້​ໄດ້​ດັ່ງ​ນີ້:

ໂຄງ​ການ​ສ້າງເຂື່ອນໄຟຟ້ານໍ້າງຽບ 1 ມີ​ກຳ​ລັງ​ການ​ຜະ​ລິດ 290 ເມ​ກາ​ວັດ ຊຶ່ງ​​ໂຄງ​ການ​ດັ່ງ​ດ່າວ​ໄດ້ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ໂດຍ​ໄດ້​ແບ່ງຜົນ​ກະ​ທົບ​ອອກເປັນ 5 ເຂດຄື ເຂດ 1 ເຂດເທິງອ່າງນໍ້າ, ເຂດ 2 ພື້ນທີ່ອ່າງເກັບນໍ້າ, ເຂດ 3 ພື້ນທີ່ກໍ່ສ້າງໂຄງການ, ເຂດ  4 ພື້ນທີ່ລຸ່ມເຂື່ອນ ແລະ ເຂດ 5 ພື້ນທີ່ສ້າງບ້ານໃໝ່ ໃຫ້ຜູ້ຖືກຍ້າຍທີ່ຢູ່ອາໄສ ຊຶ່ງມີປະຊາຊົນປະມານ 3,000 ກວ່າຄົນ ໄດ້ຮັບຜົນກະທົບ​ທາງ​ກົງ ແລະ ທາງ​ອ້ອມ​ຈາກ​ໂຄງ​ການ; ໃນ​ນັ້ນ​ມີ 5 ບ້ານ ​ຈາກ 2 ເມືອງ ຄື ເມືອງຮົ່ມ ມີ 5 ບ້ານ ປະ​ກອບ​ມີ ບ້ານນໍ້າຢວກ, ບ້ານສົບຢວກ, ບ້ານ ສົບພວນ ແລະ ບ້ານຫ້ວຍປາມ້ອມ ແລະ ຢູ່ເມືອງບໍລິຄັນ ມີ 1 ບ້ານ ຄື ບ້ານຫາດຊາຍຄໍາ ລວມ​ມີ 517 ຄອບ​ຄົວ ໄດ້​ຖືກຈັດ​ສັນຍົກ​ຍ້າຍ.

​ການ​ຊົດ​ເຊີຍຄ່າ​ເສຍ​ຫາຍ​ໃຫ້​ປະ​ຊາ​ຊົນ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໂຄງ​ການ​ສ້າງ​ເຂື່ອນ​ໄຟ​ຟ້າ​ນຳ​ງຽບ1 ​ແມ່ນ​ເລີ່ມ​ຈາກ​ 1) ການ​ແຕ່ງ​ຕັ້ງ​ຄະ​ນະ​ກຳ​ມະ​​ການ​ຈັດ​ສັນ​ຍົກ​ຍ້າຍ ແລະ ​ການຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ໂດຍການກຳ​ນົດ​ບຸກ​ຄະ​ລາ​ກອນ, 2) ການ​ອອກຂໍ້​ຕົກ​ລົງ, ຄຳ​ແນະ​ນຳ ແລະ ​ນິ​ຕິ​ກຳ​ຕ່າງໆຫຼາຍກວ່າ 13 ສະ​ບັບ ຊຶ່ງນິ​ຕິ​ກຳ​ໄດ້ກຳ​ນົດພາ​ລະ​ບົດ​ບາດ, ​ສິດ​ໜ້າ​ທີ່, ໜ້າ​ວຽກ, ມາດ​ຕະຖານ, ຫົວ​ໜ່ວຍ, ລາ​ຄາ​ການ​ຊົດ​ເຊີຍ, 3) ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານທົດເຊີຍ​ຄ່າ​ເສຍ​ຫາຍ​​ຕົວ​ຈິງ ​ໂດຍຜ່ານ​ການເກັບ​ຂໍ້​ມູນ, ຈັດລາຍ​ການບັນ​ຊີ​ຊັບ​ສິນ, ​ຢືນ​ຢັນ​ຂໍ້​ມູນ, ຕີ​ລາ​ຄາມູນ​ຄ່າ, ຊົດ​ເຊີຍ, ໄກ່​ເກ່ຍ​ຂໍ້​ຂັດ​ແຍ່ງ, 4) ການ​ຕິດ​ຕາມ-ກວດ​ກາການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ. ຜູ້​ທີ່​ໄດ້​ຮັບ​ຜົນກະ​ທົບ​ຈາກ​ໂຄງ​ການ​ໄດ້​ຮັບ​ການ​ຊົດ​ເຊີຍ​ຕໍ່ກັບມູນ​ຄ່າ​ເຮືອນ, ​ດິນ​ປຸກ​ສ້າງ, ດິນ​ທຳ​ກະ​ສິ​ກຳ, ສິ່ງ​ປຸກ​ສ້າງ, ​ຊົດ​ເຊີຍ​ຕົ້ນ​ໄມ້​ໃຫ້​ໝາກ-​ໄມ້​ອຸດ​ສ​າຫະ​ກຳ ແລະ ພືດ​ໃຫ້​ຜົນ​ໄລ​ຍະ​ຍາ​ວ, ​ຊົດ​ເຊີຍ​ຜົນ​ກຳ​ໄລ​ຈາກ​ການ​ປິດ​ຮ້ານ​ຊົ່ວ​ຄາວ ແລະ ​ການ​ຊົດ​ເຊີຍ​ຊັບ​ສິນອື່ນໆ.

​ການຈັດ​ສັນ​ຍົກ​ຍ້າຍ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບຈາກ​ໂຄງ​ການ​ແມ່ນໄດ້​ມີ​ການ​ຈັດ​ສັນ​​ພື້ນ​ຖານ​ໂຄງ​ລ່າງ, ​ການ​ຈັດ​ສັນ ດິນ, ການ​​ຊ່ວຍມ້າງ​ເຮືອນ ແລະ ການ​ຂົນ​ສົ່ງ​ໄມ້​ເຮືອນ ຊຶ່ງ​​ການ​ໄດ້​ຮັບ​ສິດ​ໃນການ​ຈັດ​ສັນ​ຍົກ​ຍ້າຍ​ແມ່ນ​ແຕກ​ຕ່າງ​ກັນ. ກຸ່ມ 1 ທີ່ຍົກ​ຍ້າຍ​ໄປ​ໃນ​ແຜນ​ແມ່ນໄດ້​ຮັບການ​ຈັດ​ສັນພື້ນ​ຖານ​ໂຄງ​ລ່າງ ​ປະ​ກອບ​ມີ ເຮືອນ​ຕາມ​ຂະ​ໜາດ​ແຕກ​ຕ່າງ​ກັນ, ດິນ​ປຸກ​ສ້າງ, ຮົ້ວ​ອ້ອມ​ເຮືອນ, ໄຟ​ຟ້າ, ນ້ຳ​ໃຊ້; ໄດ້​ຮັບການ​ຈັດ​ສັນດິນ​ໃໝ່ ເປັນ​ຕົ້ນ ດິນ​ປຸກ​ສ້າງ, ດິນ​ນາ, ດິນ​ສວນ​ປູກ​ພືດ, ດິນ​ປູກ​ໄມ້​ໃຫ້​ໝາກ, ດິນ​ປູກ​ໄມ້​ຟືນພ້ອມ​​ໃບ​ຕາ​ດິນ ແລະ ໄດ້​ຮັບ​ສິດ​ເຂົ້າ​ເຖິງ​ໂຄງ​ລ່າງ​ພື້ນ​ຖານຊຸມ​ຊົນຢູ່​ບ້ານ​ຈັດ​ສັນ​ໃໝ່. ສ່ວນກຸ່ມ 2 ທີ່​ຍົກ​ຍ້າຍໄປ​ນອກ​ແຜນແມ່ນ​ບໍ່​ໄດ້​ຮັບ​ສິດ​ໃນ​ການ​ຈັ​ດ​ສັນດັ່ງ​ກ່າວ.

ຜູ້​ທີ່​ຖືກ​ຍົກ​ຍ້າຍ​ຈາກ​ໂຄງ​ການ​​ແມ່ນໄດ້​ຮັບສິດ​ໃນ​ການ​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່, ຮັບ​ເຄື່ອງ​ບໍ​ລິ​ໂພກ, ໄດ້​ຮັບ​ເຂົ້າ​ສານ​ຈ້າວ, ການ​ຊ່ວຍ​ເຫຼືອ​ໄລ​ຍະ​ຂ້າມ​ຜ່ານ, ການ​ຝຶກ​ອົບ​ຮົມ, ​ການ​ສ້າງ​ຄວາມ​ສາ​ມາດ, ທຶນ​ການ​ສຶ​ກ​ສຶກ​ສາ ແລະ ອື່ນໆ; ແຕ່​ໄລ​ຍະ​ເວ​ລາ​ໃນ​ການ​ຟື້ນ​ຟູ, ຈຳ​ນວນ ແລະ ​ມູນ​ຄ່າ​ແມ່ນຫຼຸດ​ໂຕນ​ກັນ. ກຸ່ມ1 ທີ່ຍົກ​ຍ້າຍ​ໄປ​ໃນ​ແຜນແມ່ນໄດ້​ຮັບການ​ຟື້ນ​ຟູ​ອາ​ຊີບ ແລະ ລາຍ​ຮັບ​ໃຫ້​ໄດ້ 200 % ພາຍ​ໃນ 10 ປີ ຫຼັງ​ຈາກ​ການ​ຍົກ​ຍ້າຍ​ເຂົ້າບ້ານ​ພູ​ໂຮມ​ໄຊ ໂດຍ​ລາຍ​ຮັບ​ແມ່ນ​ໄດ້ຈາກ​ການ​ສົ່ງ​ເສີມ​ການ​ຟື້ນ​ຟູ​ອາ​ຊີບ ເປັນ​ຕົ້ນ ການ​ປູກ, ການ​ລ້ຽງ​ສັດ-ການ​ປະ​ມົງ, ຫັດ​ຖະ​ກຳ, ການ​ເງິນ-ການ​ຕະ ຫຼາດ, ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ຕ່າງໆ; ໄດ້​ຮັບ​ເຂົ້າ​ສານ​ຈ້າວ 5 ປີ, ໄດ້​ຮັບການ​ຊ່ວຍ​ເຫຼືອ​ໃນ​ໄລ​ຍະ​ຂ້າມ​ຜ່ານ 3 ເດືອນ ຊຶ່ງ​ປະ​ກອບ​ມີອາ​ຫານ, ຄ່າ​ໄຟ​ຟ້າ, ຄ່າ​ນ້ຳ​ ແລະ ຄ່າ​ເກັບ​ມ້ຽນ​ຂີ້​ເຫຍື້ອ ແລະ ສຳ​ລັບ​ຄອບ​ຄົວ​ຜູ້​ດ້ອຍ​ໂອ​ກາດ​ແມ່ນ​ຊ່ວຍເຫຼືອ 1 ປີ ແລະ ສຳ​ລັບ​ຄອບ​ຄົວ​ຜູ້​ດ້ອຍ​ໂອ​ກາດ​ແມ່ນ​ຊ່ວຍເຫຼືອ 1 ປີ ເຊັ່ນ​ດຽວ​ກັນ ໂດຍ​ທາງ​ໂຄງ​ການ​ໄດ້​ຄິດ​ໄລ່​ເປັນ​ເງິນ ແລະ ໄດ້ໂອນ​ເງິນ​​ຄ່າ​ຕ່າງໆ​ນັ້ນເຂົ້າ​ເລກ​ບັນ​ຊີ​ຂອງ​ຄອບ​ຄົວ​ຜູ້​ທີ່​ຖືກ​ຍົກ​ຍ້າຍ.

This research entitled ‘Resettlement Management of Project Affected Persons Caused by Nam Ngiep1 Hydropower Project’, which aimed to review the social impacts and mitigation measures, to study the compensation mode for project affected persons, to study resettlement management processes, and to study the livelihood rehabilitation among PAPs caused by Nam Ngiep1 Hydropower Project. This research used both quantitative and qualitative studies by collecting primary data from 191 respondents and different secondary data. Data were analyzed through quantitative and qualitative explanation. The results of this research found that:

Nam Ngiep1 Hydropower Project (NNP1) has installed capacity of 290 MW. The project had environmental and social impacts. Those impacts were divided into 5 areas namely upstream area, reservoir area, construction area, downstream area and resettlement area. More than 3,000 people had direct and indirect impacts. About 517 families and 5 villages (Nam Youak, Sop Phouane, Sop Youak and Houy Pa Mom villages in Hom district and Hat Xaykham village in Bolikan district) were resettled. To minimize those impacts, the project developers collected the lost properties, compensated, resettled, rehabilitated and provided capacity building activities among project affected persons in different approaches.

The compensation processes were started by 1) establishing the Resettlement and Livelihood Rehabilitation Committee, 2) making policy and technical guidelines for identifying the role, duty, standard, unit and compensation rate, 3) implementing the compensation work through collected data, listed the loss of properties, certified, evaluated, compensated and resolved the compensation issues and 4) monitoring and inspection the compensation work. The project affected persons (PAPs) were compensated for the loss of houses, construction land, agricultural land, properties, trees, crops, loss of income and others.  

The PAPs received the resettlement right to use public facilities, construction land, removed and transferred the old properties to the new place. Two group of resettlers received different right. The within resettlement plan (group1) who resettled to new resettlement village, they received new houses, construction land, agricultural land, water supply, electricity and they have a right to use new public facilities while without resettlement plan (group2) who resettled by themselves to other host communities did not received new properties.

Generally, the PAPs were rehabilitated the livelihood through providing the assistance, rice and food during transitional period, capacity building and providing educational fund. The project developers rehabilitated new livelihood and income making for group1 by promoting both on-farm and off-farm activities up to 200% within 10 years after they entered to Phouhomxay village. While the group 2 has to find new job, agricultural land and rehabilitate new livelihood by themselves.

Published

2024-03-15

How to Cite

ສີລາເດດ ສ., ບູລິດໍາ ສ., ອິນທິພອນ ບ., ມວນມະນີ ຄ., ພາບຸດດີ ຂ., ໄພປະສິດ ສ., & ກັນຍາວົງ ຄ. (2024). ການຄຸ້ມຄອງການຈັດສັນຍົກຍ້າຍປະຊາຊົນຜູ້ໄດ້ຮັບຜົນກະທົບ ຈາກໂຄງການສ້າງເຂື່ອນໄຟຟ້ານໍ້າງຽບ 1. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/48

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...