ການຫາຕໍາແໜ່ງຄົນ ແລະ ວັດຖຸພາຍໃນອາຄານ ໂດຍການປະຍຸກໃຊ້ເຕັກໂນໂລຊີອາເອັບໄອດີ ແລະ ວິທີການດັອດໂພດັກ

ການຫາຕໍາແໜ່ງຄົນ ແລະ ວັດຖຸພາຍໃນອາຄານ ໂດຍການປະຍຸກໃຊ້ເຕັກໂນໂລຊີອາເອັບໄອດີ ແລະ ວິທີການດັອດໂພດັກ

Authors

  • ສົມພອນ ກັນທະວົງ
  • ສີສົງຄາມ ພິມມະເສນ
  • ມະໂນລົມ ຈັນທະວົງ
  • ເມກຈອນ ບຸນທັນ

Keywords:

ການຫາຕໍາແໜ່ງໃນອາຄານ, ອາເອັບໄອດີພາດສີບແທັກ, ເຕັກນິກລາວນິ້ວມື, ວິທີການດັອດໂພດັກ, Indoor localization, RFID Passive Tag, Fingerprint Technique, Dot product

Abstract

ປັດຈຸບັນ ເຕັກໂນໂລຊີການສື່ສານໄດ້ເຂົ້າມາມີບົດບາດຫຼາຍໃນການດຳລົງຊີວິດຂອງຄົນເຮົາໃນທົ່ວໂລກເວົ້າລວມ ເວົ້າສະເພາະກໍຄືຂອງປະຊາຊົນລາວພວກເຮົາ. ໃນນີ້ 2 ປະເພດຫຼັກສື່ສານ ໄດ້ແກ່ການສື່ສານແບບໃຊ້ສາຍ ແລະ ການສື່ສານແບບໄຮ້ສາຍ. ເຊິ່ງວ່າການສື່ສານທັງ 2 ປະເພດນີ້ແມ່ນມີຂໍ້ດີ-ຂໍ້ເສຍທີ່ແຕກຕ່າງກັນ. ແຕ່ໃນປັດຈຸບັນນີ້, ແນວໂນ້ມຂອງເຕັກໂນໂລຊີການສື່ສານແບບໄຮ້ສາຍ ແມ່ນກຳລັງໄດ້ຮັບຄວາມນິຍົມ ແລະ ຖືກນໍາໃຊ້ຢ່າງແຜ່ຫຼາຍ. ດ້ວຍເຫດນີ້, ໃນບົດຄົ້ນຄວ້ານີ້ ຈຶ່ງໄດ້ນໍາສະເໜີ ການປະຍຸກໃຊ້ ເຕັກໂນໂລຊີ Radio Frequency Identification (RFID) ເຂົ້າໃນການທົດລອງສ້າງລະບົບຕິດຕາມເພື່ອຊອກຫາຕໍາແໜ່ງເປົ້າ  ໝາຍທົດສອບ. ໂດຍວ່າໄດ້ມີການເລືອກໃຊ້ RFID Reader ເປັນໂຕເຄື່ອນຍ້າຍຕໍາແໜ່ງ, ໃຊ້  RFID Passive Tags ຈໍານວນ 81 Tags ເປັນອຸປະກອນທີ່ຕິດຢູ່ຕໍາແໜ່ງເກົ່າໃນຂອບເຂດພື້ນທີ່ການທົດລອງ 400 cm x 400 cm ໂດຍບໍ່ມີການເຄື່ອນຍ້າຍ. ສາເຫດທີ່ເລືອກໃຊ້ RFID Passive Tags ເປັນອຸປະກອນທີ່ຕິດຢູ່ໃນຂອບເຂດພື້ນທີ່ການທົດລອງ ແມ່ນຍ້ອນວ່າ ອຸປະກອນນີ້ມີລາຄາຖືກ, ບໍລິໂພກພະລັງງານຕໍ່າ ແລະ ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ. ນອກນັ້ນ, ໃນເບື້ອງຂອງເຕັກນິກ ແລະ ວິທີການແມ່ນໄດ້ນໍາໃຊ້ເຕັກນິກລາຍນິ້ວມື ຫຼື Fingerprint Techniqueເພື່ອເກັບກຳຂໍ້ມູນກຸ່ມໄອດີທີ່ບໍ່ຊໍ້າກັນ ຈາກ RFID Passive Tags ລົງໃນຖານຂໍ້ມູນ, ນໍາໃຊ້ວິທີການດັອດໂພດັກ (Dot Product) ເພື່ອທໍາການແມັດຊິ້ງບັນດາໄອດີ ທີ່ໄດ້ຮັບຈາກຕໍາແໜ່ງເປົ້າ ໝາຍ ແລະ ໄອດີທັງໝົດຈາກຖານຂໍ້ມູນທີ່ມີໃນລະບົບ ເພື່ອຊອກຫາກຸ່ມຂອງໄອດີ ທີ່ສາມາດຄາດຄະເນ ຫຼື ລະບຸຕໍາແໜ່ງເປົ້າໝາຍໄດ້ແບບແມ້ນຢໍາທີ່ສຸດ. ເມື່ອໄດ້ຕໍາແໜ່ງຄາດຄະເນແລ້ວ ແມ່ນໄດ້ເອົາຂໍ້ມູນຕໍາແໜ່ງມາປຽບທຽບກັບຕໍາແໜ່ງຈິງ ເພື່ອຊອກຫາ ຄ່າຄວາມແຕກຕ່າງທີ່ເປັນຄ່າຄວາມຜິດພາດຂອງການຫາຕໍາແໜ່ງ ຫຼື ຄ່າ Error ທີ່ໄດ້ຈາກຂໍ້ມູນຂອງສອງຕໍາແໜ່ງ. ຈາກຜົນການທົດລອງເຫັນໄດ້ວ່າ ຄ່າສະເລ່ຍຂອງຄວາມຜິດພາດທີ່ສາມາດຄໍານວນໄດ້ຈາກ 15 ຕໍາແໜ່ງທົດສອບແມ່ນບໍ່ເກີນ 14 ຊັງຕີແມັດ ເມື່ອປຽບທຽບກັບໄລຍະຫ່າງລະຫວ່າງ 2 ຕໍາແໜ່ງໃນຖານຂໍ້ມູນທີ່ສູງເຖິງ 50 ຊັງຕີແມັດ. ຈາກຜົນການທົດລອງເຫັນໄດ້ວ່າຜົນໄດ້ຮັບດ້ານຄ່າສະເລ່ຍຄວາມຜິດພາດແມ່ນເປັນທີ່ ໜ້າເພິ່ງພໍໃຈ.​ ດັ່ງນັ້ນ, ສາມາດເວົ້າໄດ້ວ່າ ວິທີການ ແລະ ເຕັກນິກການຫາຕໍາແໜ່ງພາຍໃນອາຄານທີ່ ຖືກນໍາສະເໜີໃນບົດຄົ້ນຄວ້ານີ້ແມ່ນຖືໄດ້ວ່າເປັນເຕັກນິກ ແລະ ວິທີການທີ່ສາມາດນໍາໄປປະຍຸກໃຊ້ໄດ້ຈິງ ໃນລະບົບການຫາຕໍາ   ແໜ່ງຈິງພາຍໃນອາຄານ.

Technology has now come to play a significant role in the lives of people around the world, in general, and especially for Lao people. In recent day, one of the technologies which is popular called “Communication Technology”. This technology divides in 2 main types such as wire and wireless technology which have different in physical/logical and purpose of using. Moreover, it has the advantages and disadvantages, but now the trend of wireless communication technology is gaining popularity and widespread use. For this reason, in this research paper, the application of Radio Frequency Identification (RFID) technology was introduced in an experiment to establish a tracking system to locate people and objects in indoor. With the choice of RFID Reader instead of moving people and objects, 81 RFID Passive Tags were deployed as devices attached to the fingerprint area (within the experiment area 400 cm x 400 cm) without moving. The reason for using RFID Passive Tags as a device in the experimental area is because it is inexpensive, consumes low power and is weather resistant. In addition, the technical side of the method uses fingerprinting techniques to capture unique IDs from RFID Passive Tags into the database, using the Dot Product method to synchronize the IDs obtained from the target location and all the IDs from the database to provide the target as the result. Once the predicted position is obtained, the position data is compared with the actual position to find the difference and provided the error distance obtained from the data of the two positions. From the experimental results, it can be seen that the average error that can be calculated from 15 Observed locations is not more than 14 cm compared to the distance between two positions in the database (Fingerprint information) up to 50 cm. From the experimental results, it can be seen that the average error value is very satisfactory. Therefore, it can be said that the methods and techniques for locating in indoor which presented in this research are considered to be techniques and methods that can be applied in the real locating system inside the building as well.

Published

2024-03-21

How to Cite

ກັນທະວົງ ສ., ພິມມະເສນ ສ., ຈັນທະວົງ ມ., & ບຸນທັນ ເ. (2024). ການຫາຕໍາແໜ່ງຄົນ ແລະ ວັດຖຸພາຍໃນອາຄານ ໂດຍການປະຍຸກໃຊ້ເຕັກໂນໂລຊີອາເອັບໄອດີ ແລະ ວິທີການດັອດໂພດັກ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/119

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 1 2 3 4 5 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...