ການຊໍາລະສະສາງທາງເອເລັກໂຕຼນິກຂອງ SMEs ໃນ ສປປ ລາວ

ການຊໍາລະສະສາງທາງເອເລັກໂຕຼນິກຂອງ SMEs ໃນ ສປປ ລາວ

Authors

  • ບົວດໍາ ແສງຄໍາຄຸດລາວົງ
  • ພັນປະກິດ ອ່ອນພັນດາລາ
  • ຄໍາໃສ ຈັນທະວົງ

Keywords:

ການຊໍາລະສະສາງ, ເອເລັກໂຕຼນິກ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, Payment, Electronic, SMEs

Abstract

ການຄົ້ນຄວ້ານີ້ ມີຈຸດປະສົງເພື່ອສຶກສາສະພາບລວມ ແລະ ວິເຄາະປັດໄຈທີ່ສົ່ງຜົນກະທົບຕໍ່ການນໍາໃຊ້ລະ ບົບການຊໍາລະສະສາງແບບເອເລັກໂຕຼນິກຂອງຜູ້ປະກອບການ SME ໃນ ສປປ ລາວ. ​ການຄົ້ນຄວ້ານີ້ ໄດ້ນຳໃຊ້​ຂໍ້​ມູນ​ປະຖົມ​ພູມຈາກຜູ້ຕອບແບບສອບຖາມທັງໝົດຈໍານວນ 1,050 ຕົວຢ່າງ ໃນປີ 2020 ຈາກນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈໍາປາສັກ, ​ໂດຍໃຊ້​ການ​ສຶກສາ​ແບບ​ພັນ​ລະນາ ​ແລະ ​ແບບ​ປະລິມານເຂົ້າໃນການວິເຄາະ. ຜົນຂອງການສຶກສາໄດ້ໃຫ້ຮູ້ວ່າ ເຈົ້າຂອງທຸລະກິດທີ່ເປັນເພດ​ຍິງກວມເອົາ​ 65.62%, ກຸ່ມຕົວຢ່າງມີອາຍຸຢູ່ລະຫວ່າງ 25-40 ປີ ກວມ 59.81%. ໃນນັ້ນ, ທຸລະກິດທີ່ຖືກ​ສ້າງຕັ້ງຂຶ້ນໃນຊ່ວງປີ 2011-2015 ກວມ​ 33.90%, ປະເພດຮ້ານຂາຍເຄື່ອງຍ່ອຍທົ່ວໄປກວມ 34.95%, ທຸລະກິດທີ່ມີຈຳນວນພະນັກງານຕໍ່າກວ່າ 6 ຄົນ ກວມ 62.38%, ເປັນປະເພດທຸລະກິດຈຸນລະພາກກວມ 62.57%, ນໍາໃຊ້ເຄື່ອງເອເລັກໂຕຼນິກກວມ 56.29%. ດ້ານການນຳໃຊ້ແອບພລິເຄຊັ້ນໃນການຊຳລະສະສາງທາງເອເລັກໂຕຣນິກແມ່ນ ແອບພລິເຄຊັ້ນ One Pay (BCEL One) ກວມ 55.52%. ແອບພລິເຄຊັ້ນດັ່ງກ່າວໄດ້ຖືກ ນໍາໃຊ້ຊໍາລະຄ່າສິນຄ້າກວມ 53.14%, ນໍາໃຊ້ຫຼາຍກວ່າ 30 ຄັ້ງ/ເດືອນກວມ 37.06%. ເຫດຜົນທີ່ຍັງບໍ່ທັນນໍາໃຊ້ແມ່ນບໍ່ຄ່ອຍມີລູກຄ້າຖາມຈ່າຍຜ່ານທາງລະບົບກວມ 23.71%, ຍັງບໍ່ທັນມີແຜນວ່າຈະນໍາໃຊ້ ກວມ 64.44% ແລະ ແຜນການທີ່ຈະນໍາໃຊ້ປະເພດ One Pay (BCEL One) ກວມ 41.24%. ຜົນໄດ້ຮັບຈາກການວິເຄາະ 6 ປັດໄຈທີ່ສົ່ງຜົນກະທົບຕໍ່ການນໍາໃຊ້ລະບົບການສະສາງແບບເອເລັກໂຕຼນິກ ຂອງຜູ້ປະກອບການ SME ໃນ ລາວ ໂດຍນໍາໃຊ້ແບບຈໍາລອງ Order Probit ພົບວ່າ ມີ 4 ປັດໄຈ ທີ່ສົ່ງຜົນກະ ທົບຕໍ່ກັບການຊຳລະຜ່ານທາງເອເລັກໂຕຼນິກ. ໃນນັ້ນປະກອບມີ: ປັດໄຈດ້ານທີ່ຕັ້ງ (Location) ມີການພົວພັນທາງລົບ, ໝາຍວ່າ ທຸລະກິດຕັ້ງຢູ່ບັນດາເມືອງຂອງນະຄອນຫຼວງວຽງຈັນ ມີທ່າອ່ຽງຕໍ່ການນໍາໃຊ້ລະບົບການສະສາງແບບເອເລັກໂຕຼນິກຕໍ່າກວ່າຢູ່ນະຄອນປາກເຊ. ປັດໄຈທາງດ້ານອາຍຸຂອງເຈົ້າຂອງວິສາຫະກິດ (Age) ມີການພົວພັນທາງລົບ ໝາຍວ່າ ເມື່ອເຈົ້າຂອງວິສາຫະກິດມີອາຍຸເພີ່ມສູງຂຶ້ນ ສົ່ງຜົນໃຫ້ມີການນໍາໃຊ້ລະບົບການສະສາງແບບເອເລັກໂຕຼນິກຫຼຸດລົງ. ປັດໄຈປະເພດຂອງທຸລະກິດ (Shop) ມີການພົວພັນທາງບວກ (ກໍລະນີການສຶກສາຖືກປະເພດຮ້ານອານຫານ, ຮ້ານບັນເທິງ, ບ້ານພັກ/ໂຮງແຮມ, ຮ້ານຂາຍເຄື່ອງສົ່ງ, ຮ້ານສະດວກຊື້, ໆລໆ) ມີທ່າອ່ຽງສົ່ງຜົນຕໍ່ການ ນໍາໃຊ້ລະບົບການສະສາງແບບເອເລັກໂຕຼນິກເພີ່ມຂຶ້ນ ແລະ ຖ້າເປັນປະເພດຮ້ານຂາຍເຄື່ອງຍ່ອຍ ທ່າອ່ຽງສົ່ງຜົນຕໍ່ການນໍາໃຊ້ລະບົບການສະສາງແບບເອເລັກໂຕຼນິກແມ່ນຫຼຸດລົງ. ຈຳນວນພະນັກງານ (Staff) ໃນວິສາຫະກິດ ມີການພົວພັນທາງບວກ, ໝາຍວ່າ ຖ້າພະນັກງານເພີ່ມຂຶ້ນ 1 ຄົນ ທ່າອ່ຽງໃນການນໍາໃຊ້ລະບົບການສະສາງແບບເອເລັກໂຕຼນິກຂອງຮ້ານຈະເພີ່ມຂຶ້ນ. ປັດໄຈທີ່ກ່າວຜ່ານມາ ແມ່ນນອນໃນລະດັບຄວາມສຳຄັນທາງສະຖິຕິ 90% ຂຶ້ນໄປ. ນອກຈາກນັ້ນ, ມີ 2 ປັດໄຈຄື: ເພດຂອງເຈົ້າຂອງວິສາຫະກິດ (Sex) ແລະ ໄລຍະເວລາໃນການສ້າງຕັ້ງ (Year) ທີ່ບໍ່ນອນຢູ່ໃນລະດັບຄວາມສຳຄັນທາງສະຖິຕິ.

This research study aimed to investigate electronic payment (e-payment) among SME entrepreneurs in Lao PDR. It also attempted to analyze influential factors of e-payment among those entrepreneurs by employing a descriptive analysis and a quantitative analysis. A primary data was obtained from 1,050 SME entrepreneurs located in Vientiane capital, Luang Prabang and Champasack in 2020.

Research findings showed that 65.62% of respondents are female owners, 59.81% of them are among 25-40 years old, and 33.90% of their business established since 2011-2015. A proportion of retail shop accounts for around 34.95%, while 62.38% of respondents shows that their employees are less than six persons. Around 56.29% of respondents utilize e-payment when it comes to selling transaction, the One Pay application (BCEL One) is the most popular that accounts around 55.52%. It is utilized for e-payment that accounts for around 53.14% and frequency to use it more than 30 times per month accounts for around 37.06%. Respondents also revealed that reasons not to apply the e-payment is customs prefer to pay goods and/service by cash, which accounts around 23.71%. Around 64.44% of entrepreneurs do not have any plan to use it and 41.24% of them aim to apply the One Pay application.

Empirical results from the Order Probit regression show that shop’s location and employees’ number significantly increase a chance to utilize e-payment among SME entrepreneurs, while age and business type significantly decrease a chance to use e-payment. These four factors are statistically significant at the 90% level. On the other hand, gender of business owners and year of business establishment do not show any sign of significant level.

 

Published

2024-03-12

How to Cite

ແສງຄໍາຄຸດລາວົງ ບ., ອ່ອນພັນດາລາ ພ., & ຈັນທະວົງ ຄ. (2024). ການຊໍາລະສະສາງທາງເອເລັກໂຕຼນິກຂອງ SMEs ໃນ ສປປ ລາວ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/23

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...