ປັດໄຈທີ່ມີຜົນຕໍ່ການຮຽນຂອງນັກສຶກສາປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ

ປັດໄຈທີ່ມີຜົນຕໍ່ການຮຽນຂອງນັກສຶກສາປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ

Authors

  • ຄໍາຜຸ ອິນທະວອນ
  • ບຸນທັນ ຄໍາພາໃສ
  • ວິໄລສັກ ສີໂຄດວົງສາ
  • ພຸດທະໄຊ ສີບຸນເຮືອງ
  • ພິດສະໄໝ ມູນລະດົກ

Keywords:

ປັດໄຈທີ່ມີຜົນຕໍ່ການຮຽນ, ນັກສຶກສາລະດັບປະລິນຍາຕີ ມຊ, Effective factors to study, NUOL Undergraduate Students

Abstract

ການສຶກສາຄັ້ງນີ້ມີຈຸດປະສົງເພື່ອສຶກສາລະດັບປັດໄຈ ທີ່ມີຜົນຕໍ່ຜົນການຮຽນຂອງນັກສຶກສາລະດັບປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ ແລະ ເພື່ອປຽບທຽບລະດັບປັດໄຈທີ່ມີຜົນຕໍ່ຜົນການຮຽນຂອງນັກສຶກສາລະດັບປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ ຕາມລັກສະນະສ່ວນບຸກຄົນ. ຕົວຢ່າງທີ່ໃຊ້ໃນການສຶກສາຄັ້ງນີ້ແມ່ນນັກສຶກສາລະດັບປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ ທັງ 13 ຄະນະວິຊາ ຈໍານວນ 1,300 ຕົວຢ່າງ, ເຄື່ອງມືທີ່ໃຊ້ໃນການເກັບກໍາຂໍ້ມູນເປັນແບບສອບຖາມ, ວິເຄາະຂໍ້ມູນໂດຍໃຊ້ໂປຣແກຣມສໍາເລັດຮູບ SPSS for Window ໃຊ້ຄ່າສະຖິຕິໃນການວິເຄາະ ໄດ້ແກ່ ຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຖານ ພ້ອມທັງທົດສອບສົມມຸດຖານ ໂດຍໃຊ້ຄ່າ t-test ແລະ F-test ເມື່ອພົບວ່າມີຄວາມແຕກຕ່າງກັນ ຈະໃຊ້ສະຖິຕິ LSD ຫຼື Scheffe ດ້ວຍລະດັບຄວາມສໍາຄັນທີ່ 0.05.

         ຜົນການສຶກສາພົບວ່າ: ກຸ່ມຕົວຢ່າງໃນການສຶກສາຄັ້ງນີ້ສ່ວນຫຼາຍ ເປັນເພດຍິງມີ ຈໍານວນ 690 ຄົນ ຄິດເປັນ 53.07%, ຮຽນຊັ້ນປີ 4 ມີຈໍານວນ 354 ຄົນ ຄິດເປັນ 27.23%, ມີເກຣດສະເລ່ຍສະສົມ 3.00-3.49 ມີຈໍານວນ 335 ຄົນ ຄິດເປັນ 42.89%, ມີລາຍໄດ້ສະເລ່ຍຕໍ່ເດືອນຕໍ່າກ່ວາ 500,000 ກີບ ມີ 399 ຄົນ ຄິດເປັນ 43.04%, ອາໄສຢູ່ນໍາພໍ່ແມ່ ມີຈໍານວນ 358 ຄົນ ຄິດເປັນ 27.5% ແລະ ໄລຍະທາງແຕ່ເຮືອນຫາມະຫາວິທະຍາໄລ 1-5 ກິໂລແມັດ ມີ 725 ຄົນ ຄິດເປັນ 55.8%. ລະດັບຄວາມຄິດເຫັນຕໍ່ປັດໄຈທີ່ມີຜົນຕໍ່ການຮຽນຂອງນັກສຶກສາ ໂດຍລວມທຸກດ້ານ ຢູ່ໃນລະດັບປານກາງ ເມື່ອພິຈາລະນາເປັນລາຍດ້ານ ພົບວ່າ ມີ 3 ດ້ານ ເປັນປັດໄຈທີ່ສົ່ງຜົນຕໍ່ການຮຽນຢູ່ໃນລະດັບຫຼາຍ ຄື ດ້ານນະໂຍບາຍຂອງມະຫາວິທະຍາໄລ, ດ້ານຫຼັກສູດ ແລະ ດ້ານຜູ້ສອນ ແລະ ເທັກນິກການສອນ ສ່ວນອີກ 5 ດ້ານ ເປັນປັດໄຈທີ່ສົ່ງຜົນຕໍ່ການຮຽນຢູ່ລະດັບປານກາງ ຄື ດ້ານພຶດຕິກໍາການຮຽນຂອງຜູ້ຮຽນ, ດ້ານເສດຖະກິດ, ດ້ານສັງຄົມ, ດ້ານຄອບຄົວ ແລະ ດ້ານສິ່ງແວດລ້ອມ. ນັກສຶກສາທີ່ມີເພດ, ຄະນະວິຊາ, ຊັ້ນຮຽນ, ເກຣດສະເລ່ຍສະສົມ ແລະ ລາຍໄດ້ສະເລ່ຍຕໍ່ເດືອນຕ່າງກັນມີຄວາມຄິດເຫັນຕໍ່ປັດໄຈທີ່ມີຜົນຕໍ່ການຮຽນແຕກຕ່າງກັນມີ 3 ດ້ານ, 8 ດ້ານ, 6 ດ້ານ ແລະ 4 ດ້ານ ຕາມລໍາດັບ.

The purpose of this study was to study the level of factors that affect the academic performance of undergraduate students of the National University and to compare the level of factors that affect the academic achievement of undergraduate students of the National University with different personalities. The sample used in this study was undergraduate students of 13 faculties, 1,300 samples, data collection tools were questionnaires, data analysis using SPSS for Window software. The statistical values ​​used in the analysis were frequency distribution, percentage retrieval, averaging, and standard deviation, and the hypothesis test which used t-test and F-test when differences were found, used LSD or Scheffe with a significance of 0.05

            The results of the study showed that the sample group in this study was mostly female, with 610 students or 53.07%, most of them were 4th year with 354 students or 27.23%, most of the students had an average grade of 3.00-3.49 with 335 students or 42.89%, the average monthly income was less than 500,000 kip with 399 or 43.04%. Living with parents is 358 people or 27.5% and the distance from home to university is 1-5 km with 725 or 55.8%. The level of opinion on the factors that affect the overall learning of students in all aspects is moderate. When considered in detail, it is found that there are three factors that affect the level of learning at many levels: the policy of the university, the curriculum, the teaching and teaching techniques. The other five factors that affect learning at the intermediate level are the learning behaviors of students, economically, socially, family and environmentally. Students of different genders, faculties, grades, cumulative grade points and average monthly income had different opinions on the factors that affect their study: 3 aspects, 8 aspects, 6 aspects and 4 aspects, respectively.

Published

2024-03-21

How to Cite

ອິນທະວອນ ຄ., ຄໍາພາໃສ ບ., ສີໂຄດວົງສາ ວ., ສີບຸນເຮືອງ ພ., & ມູນລະດົກ ພ. (2024). ປັດໄຈທີ່ມີຜົນຕໍ່ການຮຽນຂອງນັກສຶກສາປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/109

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...