ສຶກສາການຄັດເລືອກເທັກໂນໂລຢີບໍາບັດນໍ້າເປື້ອນທີ່ເໝາະສົມທີ່ສຸດໃຫ້ກັບ ເຂດອຸດສາຫະກໍາສະຫວັນເຊໂນ

ສຶກສາການຄັດເລືອກເທັກໂນໂລຢີບໍາບັດນໍ້າເປື້ອນທີ່ເໝາະສົມທີ່ສຸດໃຫ້ກັບ ເຂດອຸດສາຫະກໍາສະຫວັນເຊໂນ

Authors

  • ວົງພອນ ພັນທະວົງ
  • ວັດທະນາມີໄຊ ຈັນຊົມພູ

Keywords:

ແບບຈໍາລອງ ASM2d, ເທັກໂນໂລຢີ AAO, SBR, ສະຖານະການ ແລະ ASIM, ASM2d model, AAO, SBR technology, scenarios and ASIM

Abstract

ປະຈຸ​ບັນ, ສະພາບ​ແວດ​ລ້ອມ​ນ້ຳ​ຢູ່​ບັນດາ​ເຂດ​ອຸດສາຫະກຳ ​ນັບ​ມື້​ນັບ​ມີ​ມົນ​ລະ​ພິດ​ຍ້ອນ​ນ້ຳ​ເປື້ອນ. ສະນັ້ນ, ບັນດາພື້ນຖານການຜະລິດຈໍາເປັນຕ້ອງໄດ້ມີການກໍ່ສ້າງລະບົບບໍາບັດເບື້ອງຕົ້ນ ກ່ອນທີ່ຈະປ່ອຍລົງສູ່ລະບົບບໍາບັດນໍ້າເປື້ອນແບບລວມສູນ. ບົດຂ່າວນີ້ ມີຈຸດປະສົງເພື່ອນໍາສະເຫນີ ສະຖານະການແບບຈໍາລອງທີ່ເໝາະສົມທີ່ສຸດສໍາລັບການອອກແບບ ແລະ ການດໍາເນີນງານຂອງລະບົບບໍາບັດນໍ້າເປື້ອນແບບລວມສູນ ເພື່ອຈັດການສິ່ງປົນເປື້ອນຢູ່ໃນນໍ້າ. ໃນກໍລະນີສຶກສາ, ບັນດາແບບຈໍາລອງໄດ້ນໍາໃຊ້ແບບຈໍາລອງ ASM2d (Activated Sludge Model No. 2d) ຢູ່ໃນລະບົບ AAO (Anaerobic, Anoxic, Aerobic/Oxic) ແລະ SBR (Sequencing Batch Reactor) ເພື່ອ​ຄັດ​ເລືອກ​ເອົາ​ເງື່ອນໄຂ​ຫຼັງຈາກຜ່ານຂະບວນການບໍາບັດແລ້ວໃຫ້ບັນລຸມາດ​ຕະ​ຖານ NH4+ ≤ 3 mg/L​, TN ≤ 5 mg/L​, TP ≤ 1 mg/L​ ໂດຍທຽບໃສ່ກັບມາດຕະຖານຂອງອາເມລິກາ ແລະ ສປປ ລາວ.

ຜົນໄດ້ຮັບການຄົ້ນຄວ້າສະແດງໃຫ້ເຫັນວ່າ 269/855 ສະຖານະການຈໍາລອງໄດ້ຕອບສະຫນອງຄວາມຕ້ອງການ, 16 ສະຖານະການທີ່ເໝາະສົມໃຫ້ກັບການເພີ່ມປະສິດທິພາບໃນລະບົບ AAO ແລະ 27/180 ສະຖານະການຈໍາລອງຂອງລະບົບ SBR ໄດ້ຕອບສະໝອງຄວາມຕ້ອງການ, 4 ສະຖານະການໄດ້ບັນລຸການເພີ່ມປະສິດທິພາບ. ໃນການສຶກສາ, ສະຖານະການຈໍາລອງທີ່ດີທີ່ສຸດຂອງລະບົບ AAO ແມ່ນເຫມາະສົມກວ່າລະບົບ SBR ທີ່ມີຂະໜາດບໍລິມາດທັງໝົດແມ່ນ 2,056 m3 ແລະ ການບໍລິໂພກອົກຊີເຈນແມ່ນ 509.364 ກິໂລ/ມື້.

Now, water environment in industrial zones increasingly contaminated by wastewater. Therefore, the production facilities must build preliminary processing system before discharging into the collective wastewater treatment system. The study aims to provide an optimal scenario for installation design and operate the wastewater treatment system to effectively nutrients remove. In the case study, the scenarios are simulated by the ASM2d model (Activated Sludge Model No. 2d) based on the AAO (Anaerobic, Anoxic, Aerobic/Oxic) and SBR (Sequencing Batch Reactor) system to select scenarios that have met NH4+ ≤3 mg/l, TN ≤ 5 mg/L, TP ≤ 1 mg/L associated with American and Lao standards.

The results showed 269/855 scenarios were satisfactory, 16 scenarios optimized in AAO system. and 27/180 scenarios of the SBR system have been achieved, 4 scenarios achieved optimization. In the study, the optimal simulation scenario of the AAO system was more suitable than the SBR system with a total volume of 2,056 m3 and oxygen consumed 509.364 kg/day.

Published

2024-03-15

How to Cite

ພັນທະວົງ ວ., & ຈັນຊົມພູ ວ. (2024). ສຶກສາການຄັດເລືອກເທັກໂນໂລຢີບໍາບັດນໍ້າເປື້ອນທີ່ເໝາະສົມທີ່ສຸດໃຫ້ກັບ ເຂດອຸດສາຫະກໍາສະຫວັນເຊໂນ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/69

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 2 3 4 5 6 7 8 9 10 11 > >> 

You may also start an advanced similarity search for this article.

Loading...