ຄວາມເພິ່ງພໍໃຈຂອງປະຊາຊົນຕໍ່ການບໍລິການຂອງຕໍາຫຼວດຈາລະຈອນ (ສຶກສາຢູ່ ນະຄອນຫຼວງພະບາງ)

ຄວາມເພິ່ງພໍໃຈຂອງປະຊາຊົນຕໍ່ການບໍລິການຂອງຕໍາຫຼວດຈາລະຈອນ (ສຶກສາຢູ່ ນະຄອນຫຼວງພະບາງ)

Authors

  • ໄຊຍະສອນ ເຢຍຫວາສົງ
  • ແບ່ງ ໄຊຍະຈິດ
  • ອານິລັກ ວັນນະບຸບຜາ

Keywords:

ຄວາມເພິ່ງພໍໃຈ, ການບໍລິການ, ຕຳຫຼວດຈະລາຈອນ ແລະ ນະຄອນຫຼວງພະບາງ, Satisfaction, Service, Traffic Police and Luangprabang Capital

Abstract

ການຄົ້ນຄວ້າວິໄຈຄັ້ງນີ້ ທີມງານຄົ້ນຄ້ວາມີຈຸດປະສົງ ສຶກສາກ່ຽວກັບຄວາມເພິ່ງພໍໃຈຂອງປະຊາຊົນຕໍ່ການໃຫ້ບໍລິການຂອງຕໍາຫຼວດຈະລາຈອນ, ຄົ້ນຄ້ວາສຶກສານິຕິກໍາຕ່າງໆທີ່ກ່ຽວຂ້ອງກັບການບໍລິການ ຫຼື ການປະຕິບັດໜ້າທີ່ຂອງຕໍາຫຼວດຈະລາຈອນ, ຄົ້ນຄ້ວາສຶກສາແນວຄວາມຄິດເຫັນ ຫຼື ທັດສະນະຄະຕິຂອງປະຊາຊົນຕໍ່ຕໍາຫຼວດຈະລາຈອນ, ຄົ້ນຄ້ວາສຶກສາຄວາມເພິ່ງພໍໃຈຂອງປະຊາຊົນຕໍ່ການໃຫ້ບໍລິການຂອງຕໍາຫຼວດຈະລາຈອນ ແລະ ຈຸດດີ-ຈຸດ ອ່ອນ, ບັນຫາຂໍ້ຄົງຄ້າງທີ່ເປັນອຸປະສັກໃນການໃຫ້ບໍລິການຂອງຕໍາຫຼວດຈະລາຈອນ, ທີມງານຄົ້ນຄ້ວາໄດ້ນໍາໃຊ້ຄໍາຖາມສໍາພາດ ແລະ ແບບສອບຖາມໃນການເກັບກໍາຂໍ້ມູນຈາກກຸ່ມຕົວຢ່າງ ຊຶ່ງແມ່ນຕໍາຫຼວດຈະລາຈອນ ແລະ ປະຊາຊົນພາຍໃນນະຄອນຫຼວງພະບາງ ໂດຍມີຕົວຢ່າງທັງໝົດ 122 ຕົວຢ່າງ ສ່ວນໃຫຍ່ຈະຢູ່ໃນເກນອາຍຸ 20-40 ປີ ແລະ ເຫັນໄດ້ວ່າມີຄວາມເພິ່ງພໍໃຈໃນການບໍລິການຂອງຕຳຫຼວດຈະລາຈອນທັງສາມດ້ານເຊັ່ນ: ຄວາມເພິ່ງພໍໃຈທາງກົດໝາຍ, ຄວາມເພິ່ງພໍໃຈຕໍ່ແບບແຜນວິທີເຮັດວຽກ ແລະ ຄວາມເພິ່ງພໍໃຈຂອງປະຊາຊົນຕໍ່ຕໍາຫຼວດຜູ້ໃຫ້ບໍລິການແມ່ນຍັງນອນຢຸ່ໃນລະດັບກາງ ໂດຍສະເລ່ຍ  x= 3.14.

ບັນຫາກ່ຽວກັບຄວາມເພິ່ງພໍໃຈຂອງປະຊາຊົນຕໍ່ການໃຫ້ບໍລິການຂອງຕໍາຫຼວດຈະລາຈອນ ກໍຄືການປະຕິ ບັດໜ້າທີ່ຂອງຕໍາຫຼວດຈະລາຈອນໃນປັດຈຸບັນ ເຖິງແມ່ນວ່າມີກົດໝາຍ, ດໍາລັດ, ລະບຽບ, ຫຼັກກການ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ເອກະສານຕ່າງໆ ຕໍ່ກັບການປະຕິບັດໜ້າທີ່ ຫຼື ການໃຫ້ບໍລິການດັ່ງກ່າວນັ້ນຢ່າງຊັດເຈນແລ້ວກໍຕາມ ແຕ່ດ້ານການປະຕິບັດຕົວຈິງ ຫຼື ການໃຫ້ການບໍລິການຕົວຈິງຍັງພົບຄວາມຫຍຸ້ງຍາກຫຼາຍ ຊຶ່ງສະແດງໃຫ້ເຫັນບາງບັນຫາທີ່ເກີດຂຶ້ນກັບເຈົ້າໜ້າທີ່ ແລະ ປະຊາຊົນ ບາງເຫດການກໍມີຄວາມຮຸນແຮງ, ຂຸດຮີດປະຊາຊົນ ເພື່ອຜົນປະໂຫຍດສ່ວນຕົວ, ການປະຕິບັດງານລ້າຊ້າ ຊຶ່ງສ້າງຄວາມເສັຍໃຫ້ແກ່ຜົນປະໂຫຍດລວມຂອງປະຊາຊົນ, ຍັງມີຄວາມສັບສົນ, ບໍ່ເຂົ້າຕາມລະບົບກົນໄກທີ່ນະຄອນກຳນົດ, ມີການລະເມີດຂໍ້ຫ້າມຕ່າງໆ ຊຶ່ງນຳໄປສູ່ການແກ້ໄຂທີ່ຫຍຸ້ງຍາກ ແລະ ບາງຄັ້ງການເຮັດວຽກຂອງພະນັກງານ ຫຼື ເຈົ້າໜ້າທີ່ກ່ຽວຂ້ອງກໍຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ. ປະຊາຊົນສ່ວນຫຼາຍຖືເບົາກ່ຽວກັບລະບຽບການສັນຈອນ ເມື່ອຖືກປະຕິບັດລະບຽບໃສ່ກໍເກີດຄວາມບໍ່ພໍໃຈຕໍ່ເຈົ້າໜ້າທີ່. ນອກຈາກນີ້ ທີມງາມຄົ້ນຄ້ວາຍັງໄດ້ໃຫ້ຂໍ້ສະເໜີແນະ ເພື່ອໃຫ້ທາງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງພະບາງ ເພື່ອນໍາໄປປັບປຸງແບບແຜນວິທີເຮັດວຽກໃຫ້ລະອຽດ ເພື່ອເຮັດໃຫ້ການບໍລິການປະຊາຊົນໄດ້ຮັບຄວາມເພິ່ງພໍໃຈ.

In this research, the researcher team’s aims to study the people's satisfaction with the services provided by the traffic police, to study various legislations related to the services or the performance of the traffic police, to study the ideas or attitudes of the people towards the traffic police, to study the people's satisfaction with the services of the traffic police and the good points-weaknesses,  the problem and outstanding that is an obstacle to the service of the traffic police, the researcher team used interview questions and questionnaires to collect data from the sample group which is the traffic police and the people within Luangprabang city with a total of 122 samples. Most of the samples will be in the age range of 20-40 years and it can be seen that there is satisfaction in the service of the traffic police in all three aspects such as legal satisfaction, satisfaction with the work plan and people's satisfaction with the police service provider is still in the middle level with an average of  x= 3.14.

The problem of people's satisfaction with the service of the traffic police is that the performance of the traffic police now even though there are laws, decrees, regulations, principles, agreements, orders, instructions and various documents for the performance of such duties or services are clear, but the actual performance or the provision of services is still very difficult, which shows some problems that have happened to the officers and people. Some incidents are violent, exploitation of people for personal gain, delayed operations which cause damage to the common interests of the people, there are also complications, not according to the mechanism set by the city, there are various violations of prohibitions that lead to difficult solutions and sometimes the work of employees or related officials is not done as well as it should be. Most of the people take lightly the traffic rules, when they are enforced, they become dissatisfied with the authorities. In addition, the researcher team also gave recommendations to the traffic police officers in Luangprabang city to improve the work plan in detail to make the public service satisfactory.

Published

2024-03-21

How to Cite

ເຢຍຫວາສົງ ຊ., ໄຊຍະຈິດ ບ., & ວັນນະບຸບຜາ ອ. (2024). ຄວາມເພິ່ງພໍໃຈຂອງປະຊາຊົນຕໍ່ການບໍລິການຂອງຕໍາຫຼວດຈາລະຈອນ (ສຶກສາຢູ່ ນະຄອນຫຼວງພະບາງ). Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/85

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...